Available courses

ຮຽນຮູ້ລັກສະນະທົ່ວໄປ, ການແຜ່ເຊື້ອ ແລະ ການປ້ອງກັນຂອງພະຍາດທີ່ມັກເກີດຂຶ້ນກັບສັດໃນຂອບເຂດປະເທດຮ້ອນຊຸ່ມໂດຍສະເພາະກໍ່ແມ່ນຢູ່ໃນລາວເຮົາ, ສຶກສາບັນດາສັດຕູສັດທີ່ສົ່ງຜົນເສຍຫາຍໃຫ້ແກ່ຊາວກະສິກອນຜູ້ລ້ຽງສັດ. ລົງເລິກສາເຫດຕ່າງໆທີ່ພາໃຫ້ເກີດພະຍາດໃນສັດ, ການວິນິໄສອາການຂອງສັດທີ່ຕິດເຊື້ອພະຍາດທີ່ເກີດຈາກແບັກທີເຣຍ (Bacteria), ເຊື້ອຣາ  (Fungi), ໄວຣັສ (Virus), ກາຝາກຕ່າງໆຂອງສັດ, ສັດຕູຂອງສັດ ແລະ ຂະບວນການປ້ອງກັນປິ່ນປົວພະຍາດ ແລະ ກາຝາກສັດ.